วันเสาร์ที่ 12 มกราคม พ.ศ. 2556

ການວິໄຈໃນຫ້ອງຮຽນ

ວິທີດໍາເນີນການວິໄຈໃນຫ້ອງຮຽນເພື່ອພັດທະນາຜູ້ຮຽນ

ສັງເກດອາການຜິດປົກະຕິທາງການຮຽນ/
ຄວາມປະພຶດຂອງຜູ້ຮຽນເພື່ອລະບຸບັນຫາແທ້


  

                ຂຽນລາຍງານຜົນ


                                                                        ຊັກຖາມເຖິງສາເຫດແທ້




                ລົງມືແກ້ ແລະ ຈົດບັນທຶກ


                                                         ຫາວິທີແກ້ທີ່ກົງກັບສາເຫດ
1.   ການລະບຸບັນຫາແທ້
1.1  ລັກສະນະຂອງບັນຫາແທ້
-      ເປັນບັນຫາມານານຫຼາຍວັນ
-      ເປັນບັນຫາຜູ້ຮຽນບາງຄົນ
-      ເປັນບັນຫາການຮຽນ/ຄວາມປະພຶດ
-      ບັນຫານັ້ນສາມາດອະທິບາຍພຶດຕິກໍາໄດ້
-      ບັນຫານັ້ນຫາສາເຫດໄດ້
-      ເປັນບັນຫາທີ່ຄູແກ້ໄຂເອງໄດ້
v  ວິທີລະບຸບັນຫາ
1)     ບັນຍາຍສະພາບການຮຽນການສອນກ່ອນພົບບັນຫາ
2)    ລະບຸວ່າພົບບັນຫາໄດ້ຢ່າງໃດ ໂດຍຜູ້ໃດ
3)    ເປັນບັນຫາຜູ້ຮຽນຈັກຄົນຈາກທັງໝົດ
4)    ເປັນບັນຫາສະເພາະວິຊານີ້ຫຼືທຸກວິຊາ
5)    ບັນຍາຍລັກສະນະຂອງບັນຫາ
ຕົວຢ່າງ : ນັກຮຽນ ປ3 ອອກສຽງ ຂວ ບໍ່ໄດ້
1)     ໃນວິຊາພາສາລາວ ຢູ່ຫ້ອງ ປ3 ຄູໃຫ້ນັກຮຽນອ່ານຄໍາທີ່ຄວບດ້ວຍ  ຂວ  ພົບວ່າ : ມີນັກ ຮຽນ 5 ຄົນ ອອກສຽງ ຄໍາວ່າ ແຂວງ  ເປັນ  ແຂງ , ແຄງ , ແຂ່ງ
2)    ຄູສັງເກດການອອກສຽງຂອງນັກຮຽນ 5 ຄົນ ເມື່ອໃຫ້ອ່ານດ່ຽວ
3)    ເປັນບັນຫານັກຮຽນ 5 ຄົນ ຈາກ 30 ຄົນ
4)    ເປັນບັນຫາທຸກໆວິຊາທີ່ມີຄໍາ ຂວ
5)    ການອອກສຽງ  ຂວ ຂອງນັກຮຽນ 5 ຄົນ ອອກເປັນສຽງ ທຸກຄັ້ງ
1.2 ຈາກບັນຫາແທ້ຄູອາຈານລະບຸສາເຫດແທ້
v  ລັກສະນະຂອງສາເຫດແທ້
1)       ໃນ 1 ບັນຫາມີຫຼາຍສາເຫດ
2)    ເປັນສາເຫດທີ່ອະທິບາຍພຶດຕິກໍາໄດ້
3)    ເປັນສາເຫດຂອງຜູ້ຮຽນບາງຄົນບາງເລື່ອງ
4)    ເປັນສາເຫດທີ່ຄູອາຈານແກ້ເອງໄດ້
v  ການເລືອກສາເຫດທີ່ແທ້ມາແກ້
1.     ຄູອາຈານເລືອກສາເຫດແທ້ ທີ່ຕົນແກ້ໄຂໄດ້
2.    ຄູອາຈານຖາມຕົ້ນຕໍຂອງສາເຫດ ຈະໄດ້ຕົ້ນຕໍແທ້ໆ
ຕົວຢ່າງ :  
1)      ສັງເກດການອອກສຽງບໍ່ຖືກຕ້ອງຂອງນັກຮຽນ 5 ຄົນ
2)    ຊັກຖາມເດັກແຕ່ລະຄົນ ( ໃນ 5 ຄົນ ) ວ່າຢູ່ບ້ານອອກສຽງແນວໃດ
3)    ລອງໃຫ້ອ່ານຄໍາອື່ນທີ່ມີ ຂວ
4)    ສັງເກດປາກ ແລະ ຜົ້ງສຽງ ຕະຫຼອດອະໄວຍະວະອື່ນໃນຂະນະອອກສຽງ
ສະຫຼຸບສາເຫດຂອງແຕ່ລະຄົນດັ່ງນີ້ :
         ຄົນທີ 1 :  ມີສາເຫດມາຈາກທາງບ້ານເຄີຍອອກສຽງ
         ຄົນທີ 2 : ມີສາເຫດມາຈາກລີ້ນໄກ່ສັ້ນ
         ຄົນທີ 3 : ມີສາເຫດມາຈາກທາງບ້ານເຄີຍອອກສຽງ
         ຄົນທີ 4 : ມີສາເຫດມາຈາກທາງບ້ານເຄີຍອອກສຽງ
         ຄົນທີ 5 : ມີສາເຫດມາຈາກທາງບ້ານເຄີຍອອກສຽງ
                             ນັກຮຽນ 4 ຄົນມີສາເຫດມາຈາກທີ່ບ້ານອອກສຽງ  ສ່ວນຄົນທີ 2 ຈໍານວນ 1 ຄົນ ແມ່ນ
                   ລີ້ນໄກ່ສັ້ນ . ຄູຄວນແກ້ໄຂ 4 ຄົນ ( ເພາະແກ້ໄຂເອງໄດ້ ) ສ່ວນ 1 ຄົນ ຄວນປຶກສາຜູ້ປົກຄອງ
                   ເພື່ອໃຫ້ແພດແກ້ໄຂຕໍ່ໄປ .
1.3 ວິທີແກ້ໄຂ
ຄູອາຈານເລືອກແກ້ໄຂເທື່ອລະ 1 ສາເຫດ ແລະ ຫາວິທີແກ້ໄຂທີ່ກົງປະເດັນ ໂດຍເປັນວິທີແກ້
ໄຂໃນໄລຍະການສອນ ຫຼື ກ່ອນ/ຫຼັງການສອນ  ແລະ ບໍ່ເຮັດໃຫ້ເສຍຫາຍແກ່ນັກຮຽນຄົນອື່ນ (ກຸ່ມໃຫຍ່ )

ไม่มีความคิดเห็น:

แสดงความคิดเห็น